ລັດວິສາຫະກິດກໍ່ ສ້າງ ແລະ ຕິດຕັ້ງໄຟຟ້າສະ ຫລຸບຜົນງານການປະຕິບັດ ວຽກງານໃນໄລຍະ 1 ປີຜ່ານ ມາ ແລະ ວາງທິດທາງແຜນ ການຕໍ່ຫນ້າປີ 2010 ໂດຍ ການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼັຍຈື, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ, ຜູ້ຊີ້ນຳການປັບປຸງ ທຸລະກິດຮອບດ້ານແຫ່ງຊາດ, ທ່ານ ສຸລິວົງ ດາລາວົງ ລັດຖະ ມົນຕີວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ມີບັນດາເລ ຂາຄະນະພັກ, ຫົວຫນ້າກົມ, ຮອງກົມ ແລະ ພະນັກງານໃນ ລັດວິສາຫະກິດໄຟຟ້າເຂົ້າ ຮ່ວມຢ່າງຫລວງຫລາຍ.
ໃນໂອກາດດັ່ງກ່າວທ່ານ ອຳພອນ ພົມມະຈັນ ຮອງອຳ ນວຍການລັດວິສາຫະກິດກໍ່ ສ້າງ ແລະ ຕິດຕັ້ງໄຟຟ້າ ກໍ່ໄດ້ ລາຍງານຜົນງານການເຄື່ອນ ໄຫວຂອງລັດວິສາຫະກິດກໍ່ ສ້າງ – ຕິດຕັ້ງໄຟຟ້າໃນໄລຍະ 1 ປີຜ່ານມາວ່າ: ລັດວິສາຫະ ກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຍາມໃດກໍ່ຖືເອົາວຽກງານການ ເມືອງ – ແນວຄິດເປັນບັນຫາ ສຳຄັນເຂົ້າໃນການສຶກສາອົບ ຮົມພະນັກງານກຳມະກອນ, ເພື່ອກຳແຫນ້ນ ແລະ ເຊື່ອມ ຊຶມທິດທາງແຜນນະໂຍບາຍ ຂອງພັກ – ລັດໃນແຕ່ລະ ໄລຍະ, ໂດຍສະເພາະແມ່ນ ແຜນພັດທະນາເສດຖະກິດ – ສັງຄົມ ຮອດປີ 2010ເຊິ່ງ ເປັນປີທີ່ມີຄວາມຫມາຍສຳຄັນ ຕໍ່ການບັນລຸຄາດຫມາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຄັ້ງທີ VIII ວາງອອກໃຫ້ປະຊາຊົນໄດ້ມີ ໄຟຟ້າໃຊ້ 70% ໃນທົ່ວປະ ເທດ ແລະ ໃນປີ 2020ການ ນຳໃຊ້ໄຟຟ້າໃຫ້ໄດ້ 90%, ລັດວິສາຫະກິດກໍ່ສ້າງແລະຕິດ ຕັ້ງໄຟຟ້າໄດ້ຖືເອົາແນວທາງ ດັ່ງກ່າວມາປະຕິບັດໃນການ ດຳເນີນທຸລະກິດໃຫ້ມີປະສິດ ທິຜົນສູງ, ລັດວິສາຫະກິດກໍ່ ສ້າງ ແລະ ຕິດຕັ້ງໄຟຟ້າໄດ້ ເຂົ້າຮ່ວມປະກອບສ່ວນໃນ ງານມະຫາກຳກິລາຊີເກມ ຄັ້ງ ທີ 25 ທີ່ລາວເຮົາ ໄດ້ຮັບກຽດ ເປັນເຈົ້າພາບ ເປັນຕົ້ນແມ່ນໄດ້ ຕິດຕັ້ງຕາຂ່າຍ 0,4 ກິໂລວັດ ໃຫ້ສະຫນາມກິລາຫລັກ 16, ບ້ານພັກນັກກິລາ, ທຳນຽບປະ ທານປະເທດ ແລະ ສຳນັກງານ ລັດຖະບານ.
ໃນພິທີຍັງໄດ້ມີການປະ ດັບຫລຽນໄຊພິລະອາດຫານ ຊັ້ນຫນຶ່ງໃຫ້ແກ່ 1 ກົມກອງ ແລະ ຫນຶ່ງສະຫາຍ, ຫລຽນໄຊ ພິລາດອາດຫານຊັ້ນ II 9 ສະ ຫາຍ, ຫລຽນໄຊພິລາດອາດ ຫານຊັ້ນ III 12 ສະຫາຍ ແລະ ໃບຍ້ອງຍໍຈາກກະຊວງປ້ອງ ກັນປະເທດ 12 ສະຫາຍ.
http://www.pasaxon.org.la/content/4-3-10/news11.htm



