ກ່ຽວກັບກຕຟ

ພາກທີ I

ຂໍ້ກຳນົດທົ່ວໄປ

ມາດຕາ 1 : ວ່າດ້ວຍພາລະບົດບາດຂອງ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ.

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ແມ່ນຫົວໜວ່ຍທຸລະກິດຂອງລັດ ທີ່ດຳເນີນທຸລະ ກິດ ດ້ານການກໍ່ສ້າງ, ຕິດຕັ້ງ, ພັດທະນາ ແລະ ຂະຫຍາຍໄຟຟ້າ ໃນຂອບເຂດທົ່ວປະເທດ ຕາມແຜນພັດທະນາ ເສດຖະກິດ – ສັງຄົມ ທີ່ພັກ ແລະ ລັດຖະບານວາງອອກ .

” ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ “ ມີຊື່ຕົວຫຍໍ້ເປັນພາສາລາວວ່າ “ກຕຟ“ ແລະ ເປັນພາສາສາກົນ “ ELECTRICAL CONSTRUCTION AND INSTALLATION, STATE ENTERPRISE “ ແລະ ຂຽນຫຍໍ້ເປັນພາສາສາກົນວ່າ “ ECI “

ມາດຕາ 2: ທີ່ຕັ້ງ

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງ ໄຟຟ້າ ມີສຳນັກງານ ຕັ້ງຢູ່ ຖະຫນົນ ໂພນຕ້ອງ, ບ້ານ ໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ສປປລາວ
ໂທລະສັບ: (856-21) 562540 47, ໂທລະສານ : (856-21) 562539

ມາດຕາ 3 : ໜ້າທີ່ຕົ້ນຕໍໍໃນການເຄື່ອນໄຫວ ທຸລະກິດ ຂອງ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ.

3.1 ດຳເນີນການສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ລວມທັງການຜະລິດເພື່ອສົ່ງອອກ ແລະ ການຈຳໜ່າຍພາຍໃນປະເທດ ໃນຮູບການຂາຍຍົກໃຫ້ລະບົບຂອງ ຟຟລ ແລະ ຈຳໜ່າຍໃຫ້ຜູ້ຊົມໃຊ້ບ່ອນທີບໍ່ທັນມີລະບົບຂອງ ຟຟລ, ຫ່າງໄກສອກຫຼີກເພຶ່ອປະກອບສວ່ນສະໜອງ ຄວາມຮຽກຮອ້ງຕ້ອງການ ຕາມການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ.

3.2 ດຳເນີນການຊື້ຂາຍ ແລກປຽ່ນພະລັງງານໄຟຟ້າກັບທັງພາຍໃນປະເທດ ແລະກັບຕ່າງປະເທດ ເພຶ່ອປະກອບສ່ວນເພີ້ມອັດຕາການສະຫນອງໄຟຟ້າພາຍໃນປະເທດ ເຂດ ຫ່າງໄກອກຫລີກ, ບ່ອນບໍ່ທັນມີລະບົບຟຟລ ແລະສ້າງລາຍຮັບການເຮັດຂາອອກ ພະລັງງານໄຟຟ້າ.

3.3 ດຳເນີນການກໍ່ສ້າງ ແລະຕິດຕັ້ງໄຟຟ້າ ບົນພື້ນຖານກົນໄກເສດຖະກິດຕະຫຼາດ ດ້ວຍທຶນຕົນເອງ ຫລືຮ່ທຶນກັບນັກລົງທຶນທັງພາຍໃນແລະຕ່າງປະເທດ. ຈັດຕັ້ງປະຕິບັດໂຄງການຂອງລັດຖະບານຕາມການມອບໝາຍ

3.4 ດຳເນີນການບໍລິການເປັນທີ່ປຶກສາການສຳຫຼວດ, ອອກແບບ, ການກໍ່ສ້າງ ແລະຕິດຕັ້ງລະບົບພະລັງງານ.

3.5 ດຳເນີນການບໍລິການ ບຳລຸງຮັກສາ , ສ້ອມແປງ ລະບົບໄຟຟ້າຕາມສັນຍາຜູກພັນ

3.6 ສະສົມແລະຊອກຫາແຫລ່ງທຶນ ເພຶ່ອພັດທະນາໄຟຟ້າ ຕາມແຜນການທີ່ກຳນົດໄວ້.

3.7 ບຳລຸງແລະກໍ່ສ້າງຖັນແຖວພະນັກງານຄຸ້ມຄອງທຸລະກິດ, ພະນັກງານວິຊາການເພື່ອຕອສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງ ຂອງລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໃຫ້ໄດ້ຢ່າງພຽງພໍ ໃນປະຈຸບັນ, ສະເພາະໜ້າ ແລະ ຍາວນານ .

3.8 ເຄື່ອນໄຫວດຳເນີນທຸລະກິດກຸ້ມຕົນເອງ ທາງດ້ານການເງິນ ແລະ ໃຫ້ມີປະສິດທິຜົນສູງທາງດ້ານ ເສດຖະກິດ .

3.9 ເຂົ້າຮ່ວມຖືຫຸ້ນໃນບັນດາໂຄງການລົງທຶນຂະແໜງ ໄຟຟ້າຂອງພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງລັດຖະບານ.

3.10 ດຳເນີນທຸລະກິດ (ຜະລິດ-ປະກອບ-ຈຳໜ່າຍ ) ດ້ວຍທຶນຕົນເອງ ຫຼື ຮວ່ມທຶນກັບນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພຶ່ສົ່ງອອກ ແລະ ນຳເຂົ້າສິນຄ້າ ແລະ ການບໍລິການຂອງຂະແຫນງການ.

ມາດຕາ4 : ຫຼັກການພື້ນຖານ ໃນການເຄື່ອນໄຫວ ຂອງ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ດຳເນີນທຸລະກິດ ພາຍໃຕ້ລະບຽບກົດໝາຍ ຂອງ ສປປ ລາວ , ເຄື່ອນໄຫວດຳເນີນກິດຈະການຂອງຕົນ ພາຍໃຕ້ການຊີ້ນຳ ຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະກະຊວງຂະແໜງການ ແລະ ພາຍໃຕ້ການຄຸ້ມຄອງ ຂອງ ກະຊວງການເງິນ ໃນຖານະເປັນຜູ້ຖືຮຸ້ນ ຕາງໜ້າລັດຖະບານ.

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຄຸ້ມຄອງໂດຍ ສະພາຜູ້ອຳນວຍການ ທີ່ຖືກແຕ່ງ ຕັ້ງໂດຍ ລັດຖະມົນຕີ ວ່າການກະຊວງການເງິນ ຕາມການສະເໜີຂອງກະຊວງພະລັງ ງານ ແລະ ບໍ່ແຮ່.

Leave a response

Your response: