Project

ໂຄງການຂະຫຍາຍຕາຂ່າຍໄຟຟ້າ ພາກເຫນືອ (NARPD)
- ຕາຂ່າຍ 34.5 kV = 64.5 km
- ຕາຂ່າຍ 22 kV = 921.89 km
- ຕາຂ່າຍ 0.4 kV = 470.028 km
- ຫມໍ້ແປງ 444 ຫນ່ວຍ

ໂຄງການຂະຫຍາຍຕາຂ່າຍໄຟຟ້າ ພາກໃຕ້

- ເຈົ້າຂອງໂຄງການ : ລັດວິສາຫະກິດໄຟຟ້າລາວ
- ຜູ້ຮັບເໝົາ : ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
- ແຫຼ່ງທຶນ : ກອງທຶນນໍຣາດ H218-LA ຊ່ວຍເຫຼືອລ້າ 80% ເງິນກູ້ດອກເບ້ຍຕໍ່າ 20%
- ຂອບເຂດ : ບໍລິຄຳໄຊ, ຄຳມ່ວນ, ສະຫັວນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື
- ມູນຄ່າສັນຍາ : 69,069,666,509 ກີບ
- ກຳນົດເວລາສຳເລັດ : 31/03/2009

ໂຄງການກໍ່ສ້າງສາຍສົ່ງ ສະຖານີໄຟຟ້າແຮງສູງ

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ
- ເຂື່ອນໄຟຟ້ານ້ຳຕົກ ນ້ຳສິມ ກຳລັງຕິດຕັ້ງ 8 MW ຕັ້ງຢູ່ເມືອງວຽງໄຊ ແຂວງຫົວພັນ ຢູ່ໃນລະຫວ່າງຂໍສຳປະທານກັບລັດຖະບານ, ພັດທະນາຮ່ວມກັບບໍລິສັດ Norpower As
- ເຂື່ອນໄຟຟ້ານ້ຳຕົກ ນ້ຳງາ ກຳລັງຕິດຕັ້ງ 110 MW ຕັ້ງຢູ່ເມືອງນ້ຳບາກ ແຂວງຫລວງພະບາງ, ກຳລັງສຶກສາບົດວິພາກເສດຖະກິດ-ເຕັກນິກ, ພັດທະນາຮ່ວມກັບບໍລິສັດ Norpower As
- ເຂື່ອນໄຟຟ້ານ້ຳຕົກ ເຊລະນອງ1 ກຳລັງຕິດຕັ້ງ 60 MW ຕັ້ງຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ, ກຳລັງສຶກສາບົດວິພາກເສດຖະກິດ-ເຕັກນິກ, ພັດທະນາຮ່ວມກັບບໍລິສັດ Norpower As

ໂຄງການເກັບກຳຂໍ້ມູນຕາຂ່າຍໄຟຟ້າ (ເຂົ້າລະບົບຄອມພິວເຕີ)
ແມ່ນໂຄງການຮ່ວມມືດ້ານວິຊາການລະຫວ່າງລັດວິສາຫະກິດໄຟຟ້າລາວ ແລະ ກຕຟ ໃນການສຳຫລວດເກັບກຳຂໍ້ມູນຕາຂ່າຍໄຟຟ້າ ເພື່ອສ້າງເປັນຖານຂໍ້ມູນລະບົບ gis ມີຢູ່ 3 ສາຂາແຂວງ ໄດ້ແກ່ ຟຟລ ສາຂາບໍ່ແກ້ວ, ຟຟລ ສາຂາແຂວງວຽງຈັນ ແລະ ຟຟລ ສາຂາຈຳປາສັກ

ໂຄງການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທຸກຍາກ (Power to the poor)
ໂຄງການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທຸກຍາກ ( P2P ) ແມ່ນໜື່ງໃນບັນດາໂຄງການທີ່ນອນຢູ່ແຜ່ນລົບລ້າງຄວາມທຸກຍາກ.ຂອງ ສປປລາວ. ແຕ່ນີ້ຮອດປີ 2020 ໃຫ້ໄດ້ 90% ໃນການຊົມໃຊ້ໄຟຟ້າ.
ໂຄງການ power to the poor ( P2P ) ແມ່ນໂຄງການຕົວຢ່າງ ( pilot project ) ການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທີ່ບໍ່ມີໂອກາດ ແລະ ເງື່ອນໄຂສະດວກ ໃນການຊຳລະມູນຄ່າ ເອົາໄຟຟເຂົ້າເຮືອນດ້ວຍຕົນເອງໝົດເທື່ອດຽວ. ໂຄງການນີ້ ຈຶ່ງດຳເນີນນະໂຍບາຍ ໃນການຊຳລະແບບຈ່າຍຜ່ອນໃນໄລຍະ 35 ເດືອນນັ້ນໆ ໂດຍບໍ່ມີດອກເບັ້ຍ. ລາຍລະອຽດ

Leave a response

Your response: