ໂຄງການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທຸກຍາກ ( P2P ) ແມ່ນໜື່ງໃນບັນດາໂຄງການທີ່ນອນຢູ່ແຜ່ນລົບລ້າງຄວາມທຸກຍາກ.ຂອງ ສປປລາວ. ແຕ່ນີ້ຮອດປີ 2020 ໃຫ້ໄດ້ 90% ໃນການຊົມໃຊ້ໄຟຟ້າ.
ໂຄງການ power to the poor ( P2P ) ແມ່ນໂຄງການຕົວຢ່າງ ( pilot project ) ການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທີ່ບໍ່ມີໂອກາດ ແລະ ເງື່ອນໄຂສະດວກ ໃນການຊຳລະມູນຄ່າ ເອົາໄຟຟເຂົ້າເຮືອນດ້ວຍຕົນເອງໝົດເທື່ອດຽວ. ໂຄງການນີ້ ຈຶ່ງດຳເນີນນະໂຍບາຍ ໃນການຊຳລະແບບຈ່າຍຜ່ອນໃນໄລຍະ 35 ເດືອນນັ້ນໆ ໂດຍບໍ່ມີດອກເບັ້ຍ.
ໂຄງການ (P2P) ແມ່ນໂຄງການຕົວຢ່າງ ( pilot project ) ທີ່ໄດ້ການສະນັບສະໜູນ ຈາກ ທະນາ
ຄານໂລກ ( world Bank ) ແລະ ໄຟຟ້າລາວ ( EDL ) ໃນບ້ວງເງີນ 60.000 U$ ໃນນັ້ນ ໄດ້ມອບໃຫ້ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ( ECI ) ເປັນຜູ້ຈັດຕັ້ງປະຕິບັດ ພາຍໃຕ້ສັນຍາ ເລກທີ 610/ ກຕຟ ລົງວັນທີ 21 /10 /2008. ໃນຂອບເຂດການດຳເນີນງານ 60 ວັນ ໃນບ້ວງເງີນ 394.526.549 ກີບ ໃຊ້ເຂົ້າໃນໝູ່ບ້ານທີ່ຖືກຄັດເລືອກ ເຊິ່ງໄດ້ເລືອກເອົາ 7 ເມືອງ 20 ບ້ານ 468 ຄອບຄົວ ຂອງແຂວງຈຳປາສັກເປັນແຂວງທົດລອງ ລາຍລະອຽດດັ່ງລຸ່ມນີ້:
1. ເມືອງໂຂງ ມີ 4 ບ້ານ.
2. ເມືອງ ມຸນລະປະໂມກ ມີ 2 ບ້ານ.
3. ເມືອງ ສຸຂຸມາ ມີ 3 ບ້ານ.
4. ເມືອງ ປະທຸມພອນ ມີ 4 ບ້ານ.
5. ເມືອງ ປາກຊ່ອງ ມີ 1 ບ້ານ.
6. ເມືອງ ໂພນທອງ ມີ 2 ບ້ານ.
7. ເມືອງ ຊະນະສົມບູນ ມີ 4 ບ້ານ.
ລວມ ມີ 20 ບ້ານ.
ພາຍຫຼັງໄດ້ປະເມີນຜົນ ຂອງໂຄງການແລ້ວ ແລະ ເຫັນວ່າມີປະສິດຕິຜົນ ຈະຂະຫຍາຍໃນຂອບເຂດທົ່ວປະເທດ ອີກດ້ວຍ, ນີ້ແມ່ນການ ໃຫ້ທັດສະນະລວມຂອງຜູ້ໃຫ້ແຫຼ່ງທືນ.











