ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ແລະ ບໍລິສັດ ແວລແກນ ອີເນີຊີ ປະເທດຝຣັ່ງໄດ້ຮ່ວມລົງນາມກັນໃນການພັດ ທະນາເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງຢູ່ ສປປ ລາວ ເພື່ອຊອກຫາຄວາມອາດສາມາດທີ່ຈະສ້າງເຂື່ອນໄຟຟ້າ. Read More…
ກຕຟ ຮ່ວມກັບ ບໍລິສັດແວລແກນ ອີເນີຊີ ພັດທະນາໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງ
Posted in ຂ່າວກ່ຽວກັບກຕຟ | ປ້າຍກຳກັບເຂື່ອນໄຟຟ້າ
ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າສະຫລຸບຜົນງານປີ 2009
ລັດວິສາຫະກິດກໍ່ ສ້າງ ແລະ ຕິດຕັ້ງໄຟຟ້າສະ ຫລຸບຜົນງານການປະຕິບັດ ວຽກງານໃນໄລຍະ 1 ປີຜ່ານ ມາ ແລະ ວາງທິດທາງແຜນ ການຕໍ່ຫນ້າປີ 2010 ໂດຍ ການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼັຍຈື, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ, ຜູ້ຊີ້ນຳການປັບປຸງ ທຸລະກິດຮອບດ້ານແຫ່ງຊາດ, ທ່ານ ສຸລິວົງ ດາລາວົງ ລັດຖະ ມົນຕີວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ມີບັນດາເລ ຂາຄະນະພັກ, ຫົວຫນ້າກົມ, ຮອງກົມ ແລະ ພະນັກງານໃນ ລັດວິສາຫະກິດໄຟຟ້າເຂົ້າ ຮ່ວມຢ່າງຫລວງຫລາຍ. Read More…
Posted in ຂ່າວພາຍໃນກຕຟ | ປ້າຍກຳກັບກະຊວງ, ຂ່າວ, ຂ່າວພາຍໃນກຕຟ, ຜົນງານ, ລັດຖະມົນຕີ
ລັດຖະມົນຕີ ລົງຢ້ຽມຢາມແລະໂອ້ລົມພະນັກງານກຕຟ
ຕອນບ່າຍຂອງ ວັນທີ 31/12/2008 ທີ່ສຳນັກງານໃຫຍ່ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ, ທ່ານ ສຸລິວົງ ດາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ວ່າການກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ມາໂອ້ລົມພະນັກງານແລະກຳມະກອນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ Read More…
Posted in ຂ່າວພາຍໃນກຕຟ | ປ້າຍກຳກັບການຢ້ຽມຢາມ, ລັດຖະມົນຕີ
ທ່ານໄຊ ເຊັງລີ ເຕັງເບຼຍຈື ຢ້ຽມຢາມ ໂຮງງານຜະລິດຕະພັນເບຕົງ
ໃນຕອນເຊົ້າຂອງວັນທີ 30/10/2008 ທ່ານໄຊ ເຊັງລີ ເຕັງເບຼຍຈື ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະປັບປຸງທຸລະກິດ ແຫ່ງຊາດ ໄດ້ມາຢ້ຽມຢາມ ໂຮງງານຜະລິດຕະພັນເບຕົງ ທີ່ ທ່ານາແລ້ງ. ຮ່ວມຮັບຕ້ອນ ທ່ານ ມີ ທ່ານອຳພອນ ພົມມະຈັນ ວ່າການຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ພ້ອມດ້ວຍ ທ່ານ ສຸກຂີ ແກ້ວປະເສີດ ຫົວຫນ້າໂຮງງານຜະລິດຕະພັນເບຕົງ
Read More…
Posted in ໂຮງງານແລະເຂື່ອນ | ປ້າຍກຳກັບການຢ້ຽມຢາມ, ຜະລິດຕະພັນເບຕົງ, ເສົາໄຟຟ້າ, ໂຮງງານ
ກ.ຕ.ຟ ສະຫລຸບ 6 ເດືອນຕົ້ນປີ ແລະຍ້ອງຍໍຜົນງານ 30 ປີ
ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກ.ຕ.ຟ) ໄດ້ຈັດພິທີສະຫລຸບຜົນງານ 6 ເດືອນຕົ້ນປີ ແລະ ຜ່ານແຜນການ 6 ເດືອນທ້າຍປີ 2008 ພ້ອມທັງການຍ້ອງຍໍຜົນງານ 30 ປີ (1975 – 2005) ພິທີດັ່ງກ່າວໄດ້ມີຂຶ້ນໃນຕອນແລງທີ 16 ກັນຍານີ້ ໂດຍການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼຍຈື ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະປັບປຸງທຸລະກິດແຫ່ງຊາດ. Read More…
Posted in ຂ່າວພາຍໃນກຕຟ | ປ້າຍກຳກັບຂ່າວພາຍໃນກຕຟ, ຜົນງານ
ພະນັກງານ ກຕຟ ຕະລຸມບອນ ຕ້ານນ້ຳຖ້ວມ
ເນື່ອງຈາກມີຝົນຕົກຫນັກ ແລະ ລະດັບນ້ຳຂອງຍືງຂຶ້ນ ກາຍລະດັບລະວັງໄພ. ເມື່ອມີໄພທຳມະຊາດ ມາຄຸກຄາມ ນະຄອນຫລວງວຽງຈັນ. ຊາວນະຄອນຫລວງວຽງຈັນ ກໍ່ຄືພະນັກງານ ກຳມະກອນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ໄດ້ພ້ອມໃຈກັນ ຕະລຸມບອນ ຕ້ານນ້ຳຖ້ວມ ທັງເວັນແລະຄືນ Read More…
Posted in ຂ່າວພາຍໃນກຕຟ | ປ້າຍກຳກັບນ້ຳຖ້ວມ
ກຕຟ ຕາງຫນ້າລັດຖະບານ ຖືຮຸ້ນເຂື່ອນນ້ຳສິມ
ອີງຕາມແຈ້ງການ ເລກທີ 936/ຄລບ ລົງວັນທີ 21/5/2008; ເລື້ອງ: ການສະເຫນີແຕ່ງຕັ້ງຂາຮຸ້ນຂອງລັດຖະບານ ເຂົ້າໃນໂຄງການເຂື່ອນໄຟຟ້ານ້ຳສິມ. ຄະນະເລຂາລັດຖະບານ ໄດ້ແຈ້ງການເຫັນດີໃຫ້ ລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ເຂົ້າຮ່ວມ ເປັນຂາຮຸ້ນຂອງລັດຖະບານ ເຂົ້າໃນໂຄງການເຂື່ອນໄຟຟ້ານ້ຳສິມ.
Posted in ຂ່າວກ່ຽວກັບກຕຟ, ໂຮງງານແລະເຂື່ອນ | ປ້າຍກຳກັບເຂື່ອນໄຟຟ້າ
ກອງທັບ ອວຍພອນ ກຳມະກອນກຕຟ
ນາຍແລະພົນທະຫານ ກອງທັບປະຊາຊົນລາວ ຈາກກອງພັນໃຫຍ່ 11 ຫນອງແຕ່ງ ຈຳນວນຫລາຍກວ່າ 30 ຄົນ ໄດ້ມາທີ່ສຳນັກງານໃຫຍ່ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ທີ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເພື່ອອວຍພອນ ອ້າຍນ້ອງກຳມະກອນ ເນື່ອງໃນວັນກຳມະກອນສາກົນ. ຮ່ວມຮັບຕ້ອນ ຕົວແທນຈາກກອງທັບ ໃນເທື່ອນີ້ ມີ ທ່ານ ອຳພອນ ພົມມະຈັນ ຮອງຜູ້ອຳນວຍການ ຄະນະຫ້ອງການເສນາທິການ ພ້ອມດ້ວຍ ສາມອົງການຈັດຕັ້ງມະຫາຊົນ ແລະ ອ້າຍນ້ອງກຳມະກອນ ຈາກກອງກໍ່ສ້າງຕ່າງໆ. Read More…
Posted in ຂ່າວພາຍໃນກຕຟ | ປ້າຍກຳກັບກອງທັບ, ກຳມະກອນ
ກຕຟ ຮ່ວມເປັນຜູ້ສະຫນັບສະຫນຸນ ກອງປະຊຸມ GMS
ເນື່ອງໃນໂອກາດ ທີ່ ສປປລາວ ໄດ້ຮັບກຽດ ເປັນເຈົ້າພາບ ກອງປະຊຸມ ບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ ( Greator Mekong Subregion) ເຊິ່ງໄດ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 29 – 31 ມີນາ 2008, ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ກໍ່ເປັນຫນຶ່ງໃນ ຈຳນວນ ຜູ້ສະຫນັບສະຫນູນກອງປະຊຸມດັ່ງກ່າວ Read More…
Posted in ຂ່າວກ່ຽວກັບກຕຟ | ປ້າຍກຳກັບGMS
ອ່ານຜົນງານຂອງກຕຟ ຈາກນສພວຽງຈັນໃຫມ່
ແຕ່ລະປີ ກຕຟ ຈະຈັດກອງປະຂຸມໃຫຍ່ ປະຈຳປີ ເພື່ອຖອດຖອນບົດຮຽນ ໂດຍມີຕົວແທນ ຈາກທົ່ວປະເທດ, ປີລະ 2 ເທື່ອ. ປີນີ້ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 22-25 ມີນາ 2008. ໃນມື້ສຸດທ້າຍ ໄດ້ມີນັກຂ່າວຈາກໂທລະພາບແຫ່ງຊາດ ແລະ ຫນັງສືພິມຕ່າງໆ ຫລາຍສະບັບ ເຂົ້າຮ່ວມ ຮັບຟັງຜົນງານຂອງ ກຕຟ. ໃນນັ້ນ ຫນັງສືພິມວຽງຈັນໃຫມ່ ຍັງໄດ້ຂຽນ ລົງໃນຫນ້າເວັບໄຊ ຂອງເພິ່ນອີກດ້ວຍ ອ່ານໄດ້ທີ່ http://www.vientianemai.net/news.php?TopicID=1&NewsID=2049 Read More…
Posted in ຂ່າວກ່ຽວກັບກຕຟ | ປ້າຍກຳກັບຜົນງານ, ສື່ມວນຊົນ