ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກ.ຕ.ຟ) ໄດ້ຈັດພິທີສະຫລຸບຜົນງານ 6 ເດືອນຕົ້ນປີ ແລະ ຜ່ານແຜນການ 6 ເດືອນທ້າຍປີ 2008 ພ້ອມທັງການຍ້ອງຍໍຜົນງານ 30 ປີ (1975 – 2005) ພິທີດັ່ງກ່າວໄດ້ມີຂຶ້ນໃນຕອນແລງທີ 16 ກັນຍານີ້ ໂດຍການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼຍຈື ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະປັບປຸງທຸລະກິດແຫ່ງຊາດ. ເຊິ່ງມີຜູ້ຕາງຫນ້າກະຊວງພະລັງງານ ແລະ ບໍ່ແຮ່. ຜູ້ຮັກສາການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າພ້ອມດ້ວຍພະນັກງານກຳມະກອນເຂົ້າຮ່ວມ.ໃນພິທີທ່ານ ອຳພອນ ພົມມະຈັນ ຮັກສາການເລຂາຄະນະພັກຮາກຖານ, ຮັກສາການຜູ້ອຳນວຍການໃຫຍ່ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້ຂຶ້ນລາຍງານດຳເນີນທຸລະກິດປະຈຳ 6 ເດືອນຕົ້ນປີ 2008 ເຊິ່ງຜ່ານການດຳເນີນທຸລະກິດໃນໄລຍະ 6 ເດືອນຕົ້ນປີນີ້ ພະນັກງານກຳມະກອນໄດ້ສຸມທຸກຄວາມສາມາດສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການປະຕິບັດຫນ້າທີ່ວຽກງານທີ່ພັກ ແລະ ລັດມອບຫມາຍໃຫ້ ດ້ວຍຄວາມຮັບຜິດຊອບ ເຊິ່ງມັນໄດ້ສະແດງອອກໃນການຈັດຕັ້ງປະຕິບັດຄຳສັ່ງກໍ່ຄືການປະຕິບັດວຽກງານການດຳເນີນທຸລະກິດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ມີປະສິດທິຜົນໃນແຕ່ລະດ້ານ ຕົວເລກແຜນການ 6 ເດືອນຕົ້ນປີ 2008 ມີ 35,4 ຕື້ກີບ ມູນຄ່າປະຕິບັດໄດ້ 31,3 ຕື້ກີບ ທຽບໃສ່ແຜນການ 6 ເດືອນຕົ້ນປີ 2008 = 88% ແລະ ທຽບໃສ່ແຜນການປີ 2008 = 44%. ໃນນັ້ນປະກອບມີວຽກຮັບເຫມົາໂຄງການຂະຫຍາຍຕາຂ່າຍໄຟຟ້າພາກເຫນືອ, ໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້, ວຽກຜະລິດ ແລະ ຈຳຫນ່າຍເສົາໄຟຟ້າເບຕົງອື່ນໆ. ນອກຈາກຜົນງານ ແລະ ແຜນການທີ່ປະຕິບັດໄດ້ໃນ 6 ເດືອນຕົ້ນປີນີ້ ທາງລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຍັງໄດ້ປະກອບສ່ວນປະຕິບັດພັນທະຕໍ່ລັດໄດ້ທັງຫມົດ 1,1 ຕື້ກີບ ຈາກນັ້ນໃນພິທີສະຫລຸບຜົນງານຍັງໄດ້ມີການປະດັບຫລຽນໄຊ ແລະ ໃບຍ້ອງຍໍຜົນງານ 30 ປີ (1975 – 2005) ໃຫ້ແກ່ພະນັກງານ ກຳມະກອນ ໃນນັ້ນຫລຽນໄຊແຮງງານຊັ້ນ III ມີ 3 ທ່ານ ຫລຽນກາແຮງງານມີ 3 ທ່ານ, ໃບຍ້ອງຍໍຂັ້ນກະຊວງປີ 2007 ມີ 269 ທ່ານ, ໃບຍ້ອງຍໍ ແລະ ໃບຊົມເຊີຍຂັ້ນ ບໍລິສັດ ມີ 62 ທ່ານ ໃນນັ້ນໃບຊົມເຊີຍມີ 5 ທ່ານ. (ໂດຍ: ພູວຽງຄຳ).
Posted by: ພະນົມສິນ | ເດືອນຕຸລາ 1, 2008
ກ.ຕ.ຟ ສະຫລຸບ 6 ເດືອນຕົ້ນປີ ແລະຍ້ອງຍໍຜົນງານ 30 ປີ
Posted in ຂ່າວພາຍໃນກຕຟ | ປ້າຍກຳກັບ ຂ່າວພາຍໃນກຕຟ, ຜົນງານ
ຕອບກັບ