ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ແລະ ບໍລິສັດ ແວລແກນ ອີເນີຊີ ປະເທດຝຣັ່ງໄດ້ຮ່ວມລົງນາມກັນໃນການພັດ ທະນາເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງຢູ່ ສປປ ລາວ ເພື່ອຊອກຫາຄວາມອາດສາມາດທີ່ຈະສ້າງເຂື່ອນໄຟຟ້າ.
ການລົງນາມໃນຂໍ້ຕົກລົງຮ່ວມ ມືການພັດທະນາເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງໃນ ສປປ ລາວ ໄດ້ຈັດໃຫ້ມີຂຶ້ນໃນວັນ ທີ 18 ມັງກອນ 2010 ທີ່ຫ້ອງປະຊຸມລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ລະຫວ່າງ ກຕຟ ແລະ ບໍລິສັດ ແວລແກນ ອີ ເນີຊີ ປະເທດຝຣັ່ງລະຫວ່າງທ່ານ ອຳພອນ ພົມມະຈັນ ຮອງອຳນວຍການ ກຕຟ ແລະທ່ານ ແອນໂຕເນ ເດີຊີເຕຣ ອຳນວຍການບໍລິສັດ ແວລແກນ ອີເນີຊີ ປະເທດຝຣັ່ງ ເຊິ່ງມີຜູ້ຕາງຫນ້າຈາກກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາພະນັກງານວິຊາການຈາກທັງ ສອງຝ່າຍເຂົ້າຮ່ວມ.
ການລົງນາມໃນຄັ້ງນີ້ ແມ່ນທັງສອງຈະຮ່ວມມືກັນ ໃນການສຶກສາບັນດາແມ່ນ້ຳຕ່າງໆໃນ ສປປ ລາວ ວ່າຈະມີຄວາມເປັນໄປໄດ້ໃນ ການທີ່ຈະພັດທະນາ ໃຫ້ກາຍເປັນເຂື່ອນໄຟຟ້າຂະຫນາດນ້ອຍ ແລະກາງ ກ່ອນທີ່ຈະເຮັດເອກະສານ ເພື່ອຍື່ນສະເຫນີຕໍ່ລັດຖະບານໃນການ ເຮັດບົດບັນທຶກຄວາມເຂົ້າໃຈ ໃນການສຶກສາຄວາມເປັນໄປໄດ້ໃນຂັ້ນຕໍ່ໄປ ນັ້ນກໍ່ຄືການສຶກສາໃນການເຮັດບົດວິພາກເສດຖະກິດ, ບົດວິ ພາກສະພາບແວດລ້ອມຕ່າງໆໃນໄລຍະ 18 ເດືອນ ກ່ອນຈະກ້າວໄປເຖິງ ການລົງນາມສຳປະທານ ເພື່ອທຳການພັດທະນາໂຄງການກໍ່ຄື ການກໍ່ສ້າງເຂື່ອນໄຟຟ້າ ທີ່ໄດ້ສຶກສາຄວາມເປັນໄປໄດ້ດັ່ງກ່າວ.
ໃນຄັ້ງນີ້ທາງ ກຕຟ ແລະ ແວລ ແກນ ອີເນີຊີ ຈະພ້ອມກັນສຶກສາບັນດາແມ່ນ້ຳ ໃນແຂວງຊຽງຂວາງແລະແຂວງຜົ້ງສາລີ ເຊິ່ງມີຢູ່ 3 ແຫ່ງ. ໃນແຕ່ລະແຫ່ງທາງ ກຕຟ ແລະ ບໍລິສັດດັ່ງກ່າວແມ່ນຂໍສະຫງວນໄວ້ຈົນກວ່າວ່າຈະເຫັນຄວາມເປັນໄປໄດ້ ແລະ ຈະເຮັດຫນັງສື ເພື່ອເຊັນບົດບັນທຶກຄວາມເຂົ້າໃຈ ກັບລັດຖະບານແຫ່ງ ສປປ ລາວ ໃນຂັ້ນຕໍ່ໄປ.
ຕອບກັບ